ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ອິງຕາມການສະເໜີຂອງກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ອອກ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງນ້ຳ ແລະ ການປ່ອຍນ້ຳເປື້ອນ ສະບັບເລກທີ 1430/ກຊສ, ລົງວັນທີ 7 ກໍລະກົດ 2023 ໂດຍມີຈຸດປະສົງເພື່ອກຳນົດລະບຽບການ, ວິທີການ, ຂັ້ນຕອນ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງຄຸນນະພາບນ້ຳ ແລະ ການປ່ອຍນ້ຳເປື້ອນ ບໍ່ໃຫ້ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເພື່ອຮັບປະກັນຄຸນນະພາບທີ່ດີຂອງນ້ຳ ຕາມທິດສີຂຽວ ແລະ ຍືນຍົງ ແນໃສ່ຫຼຸດຜ່ອນມົນລະພິດທີ່ຈະເກີດຂື້ນ ຕໍ່ແຫຼ່ງນ້ຳ, ຊັບພະຍາກອນນ້ຳ ແລະ ລະບົບນິເວດ, ບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງທີ່ມີຊີວິດອື່ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.