archives

ການກວດສຸຂະພາບພະນັກງານ, ແຮງງານ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ປະຈຳປີ 2025        ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຈັດການກວດສຸຂະພາບປະຈຳປີ 2025 ໃຫ້ແກ່ ພະນັກງານ, ແຮງງານ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ຕາມກົດໝາຍທີ່ ສປປ ລາວ ກຳນົດ

Continue Reading  

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢູ່ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ປະຈຳປີ 2025        ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ, ການອົບພະຍົບຜູ້ບາດເຈັບ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ

Continue Reading  

ອິງໃສ່ ຂໍ້ຕົກລົງ ວ່າດ້ວຍມາດຕະຖານສຽງດັງ, ແສງສະຫວ່າງ ແລະ ອຸນຫະພູມ ສຳລັບໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ເລກທີ 0168/ອຄ, ລົງວັນທີ 9 ກຸມພາ 2023. ໝວດທີ 3 ມາດຕາທີ 27 ກຳນົດໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທົ່ວໄປ ຕ້ອງຕິດຕາມກວດກາ ແລະ ວັດແທກແສງສະຫວ່າງຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ຢ່າງໜ້ອຍ 2 ຄັ້ງຕໍ່ປີ ສຳລັບໂຮງງານສະເພາະ.

Continue Reading  

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ອອກ ຂໍ້ຕົກລົງວ່າດ້ວຍໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພປະຈຳໂຮງງານ ສະບັບເລກທີ 1932/ອຄ, ລົງວັນທີ 7 ຕຸລາ 2024 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຄຸ້ມຄອງ, ຕິດຕາມ ກວດກາການເຄື່ອນໄຫວຂອງໜ່ວຍງານຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ ປະຈຳໂຮງງານ ແນ່ໃສ່ຮັບປະກັນດ້ານຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ຈະເກີດຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາອຸດສາຫະກຳປຸງແຕ່ງ ໄປຕາມທິດສີຂຽວ ແລະ ຍືນຍົງ.

Continue Reading  

ຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ໃນວັນທີ 29-30 ມີນາ 2025 ສະຫວັນ ອີເອັມຊີ (SEMC) ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ), ລາວ ຄາຢາມາ ແລະ Small-b ພ້ອມດ້ວຍ ນັກສຶກສາອາສາສະມັກຈາກຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັນຈັດການຂີ້ເຫຍື້ອໃນງານ “Sabaidee JAPAN 2025” ບຸນມະໂຫລານແລກປ່ຽນວັດທະນະທຳ, ວິຖີຊີວິດ ແລະ ອາຫານສອງປະເທດ ລາວ-ຍີ່ປຸ່ນ ເຊິ່ງຈັດຂື້ນໂດຍ ສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແລະ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ທີ່ ສວນປະຕູໄຊ ເພື່ອສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຍີ່ປຸ່ນ-ລາວ

Continue Reading  

ໃນວັນທີ 4 ເມສາ 2025 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກຂໍ້ຕົກລົງ ວ່າດ້ວຍຄວາມຮ່ວມມືວິຊາການ ກ່ຽວກັບການຈັດການສິ່ງແວດລ້ອມ ແລະ ສິ່ງເສດເຫຼືອເປັນພິດອັນຕະລາຍ ທີ່ຫ້ອງປະຊຸມກົມສິ່ງແວດລ້ອມ ຮ່ວມພິທີເຊັນໂດຍ ທ່ານ ວິລະສັກ ຈຸນດາລາ ຫົວໜ້າກົມສິ່ງແວດລ້ອມ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.

Continue Reading  

ພິທີເຊັນບົດບັນທຶກການຮ່ວມມື (MOU) ການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ໃນວັນທີ 3 ເມສາ 2025 ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ບໍລິສັດ ສະຫວັນ ອີເອັມຊີຈຳກັດ ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ຈັດພິທີເຊັນບົດບັນທຶກການຮ່ວມມື ກ່ຽວກັບການບໍລິຫານຈັດການສິ່ງແວດລ້ອມ ແລະ ຄວາມປອດໄພ ຂອງໂຮງງານອຸດສາຫະກຳ ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມພິທີເຊັນໂດຍ ທ່ານ ສຳລີ ບຸດສະດີ ຫົວໜ້າກົມອຸດສາຫະກຳ, ທ່ານ ເອກະສິດ ເມທາຖິລະສະຫວັດ ຜູ້ອຳນວຍການບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ທ່ານ ຄາຢາມາ ຈູນອີຈີໂລ ຜູ້ອຳນວຍການ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ.

Continue Reading  

ໃນວັນທີ 18 ທັນວາ 2025, ທີ່ສະຖານີຄົ້ນຄວ້າວິໄຈການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳ ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ, ໄດ້ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອໃຫ້ພະນັກງານຮູ້ຈັກຄວາມໝາຍ ແລະ ຄວາມສຳຄັນຂອງໄຟ, ມີສະຕິຕໍ່ການສະກັດກັ້ນ ແລະ ຕ້ານອັກຄີໄພໃນກໍລະນີເກີດໄຟໄໝ້ກະທັນຫັນ, ໃຫ້ພະນັກງານຮູ້ວິທີຮັບມືໃນກໍລະນີເກີດອັກຄີໄພໃນບໍລິເວນໂຮງງານ, ຮູ້ຄຸນນະພາບ ແລະ ການນຳໃຊ້ອຸປະກອນຕ້ານອັກຄີໄພ, ການອົບພະຍົບຜູ້ບາດເຈັບ ແລະ ເພື່ອໃຫ້ພະນັກງານທຸກຄົນຮູ້ວິທີການນຳໃຊ້ຖັງດັບເພິງ ຢ່າງຖືກຕ້ອງ ແລະ ປອດໄພ

Continue Reading  

ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017. ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້ A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ B: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 10,000 ຕາລາງແມັດ ແຕ່ບໍ່ເກີນ 55,000 ຕາລາງແມັດ C: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 5,000 ຕາລາງແມັດ ແຕ່ບໍ່ເກີນ 10,000 ຕາລາງແມັດ

Continue Reading  

ມາດຕະຖານຄວບຄຸມທາງນ້ຳຈາກໂຮງງານ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017 ກຳນົດໄວ້ດັ່ງນີ້: ຕາຕະລາງທີ 14: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ຈາກໂຮງງານທົ່ວໄປ ຕາຕະລາງທີ 14.5: ມາດຕະຖານຄວບຄຸມມົນລະພິດທາງນ້ຳ ລົງສູ່ຮ່ອງນ້ຳສາທາລະນະ

Continue Reading