ມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ມາດຕະຖານຄວບຄຸມມົນລະພິດທາງນ້ຳ ແມ່ນຄ່າກຳນົດລະດັບຄວາມເຂັ້ມຂຸ້ນສູງສຸດຂອງທາດເຄມີ ແລະ ສິ່ງເຈືອປົນໃນນ້ຳເປື້ອນ ທີ່ຜ່ານຂະບວນການບຳບັດ ແລະ ການເຈືອຈາງ (Dilution) ອອກສູ່ແຫຼ່ງນ້ຳສາທາລະນະ ຫຼື ແຫຼ່ງນ້ຳທຳມະຊາດ ແລະ ເພື່ອຮັບປະກັນບໍ່ເຮັດໃຫ້ເກີດອັນຕະລາຍ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຕາມຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ສະບັບເລກທີ 0832/ກຊສ, ລົງວັນທີ 7 ກຸມພາ 2017. ໂດຍມາດຕະຖານຄວບຄຸມມົນລະພິດທາງນ້ຳຈາກສຳນັກງານ, ຫ້ອງການ ຈະຂື້ນກັບຂະໜາດຂອງອາຄານໂດຍແບ່ງອອກເປັນ 3 ຂະໜາດດັ່ງນີ້ A: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 55,000 ຕາລາງແມັດ ຫຼື ຫຼາຍກວ່າ B: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 10,000 ຕາລາງແມັດ ແຕ່ບໍ່ເກີນ 55,000 ຕາລາງແມັດ C: ສຳັນກງານ, ຫ້ອງການທີ່ມີເນື້ອທີ່ 5,000 ຕາລາງແມັດ ແຕ່ບໍ່ເກີນ 10,000 ຕາລາງແມັດ