ຈັດອົບຮົມ-ສຳມະນາວິຊາການ ເພື່ອພັດທະນາບຸກຄະລາກອນທັງພາກລັດ-ພາກເອກະຊົນ ຈົນຮອດນັກຮຽນ-ນັກສຶກສາ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ, ການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ, ການຄຸ້ມຄອງເຄມີ ແລະ ວັດຖຸອັນຕະລາຍ, ການບໍລິຫານຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ອື່ນໆ ໂດຍເປັນການອົບຮົບ-ສໍາມະນາທັງທິດສະດີ ແລະ ການຈັດຕັ້ງປະຕິບັດຕົວຈິງ ແນ່ໃສ່ສາມາດເອົາຄວາມຮູ້ດັ່ງກ່າວໄປໃຊ້ໄດ້ແທ້ໃນການເຮັດວຽກຄຸ້ມຄອງສິ່ງແວດລ້ອມ ແລະ ຄວາມປອດໄພ