ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳທຸກຊະນິດພາຍໃນ ສປປ ລາວ ດ້ວຍເຕັກໂນໂລຊີ ແລະ ຫຼັກການສາກົນ ພ້ອມສ້າງເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest) ທຸກຮອບທີ່ມີການຂົນສົ່ງ ເພື່ອໃຊ້ໃນການຢັ້ງຢືນຕໍ່ໜ່ວຍງານພາກລັດ ແລະ ອົງການຈັດຕັ້ງສາກົນ. SEMC ໃຫ້ບໍລິການບຳບັດ-ກຳຈັດສິ່ງເສດເຫຼືອທັງໝົດ 2 ແຫ່ງຄື: ສະຖານີສະຫວັນນະເຂດ ແລະ ສະຖານີນະຄອນຫຼວງວຽງຈັນ ປະເພດສິ່ງເສດເຫຼືອອຸດສາຫະກຳທີ່ຮັບບຳບັດ-ກຳຈັດ ແລະ ຮັບບຳບັດ-ກຳຈັດສິ່ງເສດເຫຼືອ 5 ປະເພດດັ່ງຕໍ່ໄປນີ້: 1. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວ; 2. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ແລະ ຕະກອນ ຫຼື ຂີ້ຕົມ; 3. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ທີ່ບໍ່ເປັນພິດອັນຕະລາຍ; 4. ສິ່ງເສດເຫຼືອເອເລັກໂຕນິກ (Electronics Waste: E-Waste); 5. ສິ່ງເສດເຫຼືອຈາກສະຖານທີ່ບໍລິການສາທາລະນະສຸກ