archives

ຂັ້ນຕອນການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳຂອງ EMAC ມີດັ່ງຕໍ່ໄປນີ້: 1) ຂື້ນທະບຽນນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ (EMAC ID Register); 2) ສ້າງລາຍການສິ່ງເສດເຫຼືອໃນລະບົບ (Create Catalog); 3) ແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest); 4) ກວດກາຄວາມຖືກຕ້ອງຂອງຂໍ້ມູນ; 5) ຜູ້ຂົນສົ່ງ (WT) ຕອບຮັບການຂົນສົ່ງ; 6) ຜູ້ບຳບັດ-ກຳຈັດ (WD) ຕອບຮັບການບຳບັດ-ກຳຈັດ; 7) ຂົນສົ່ງສິ່ງເສດເຫຼືອ: 8) ຮັບຮອງຂໍ້ມູນ;

Continue Reading  

ກ່ອນຈະນຳໃຊ້ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest System) ຜູ້ສ້າງສິ່ງເສດເຫຼືອ (WG) ຕ້ອງໄຈ້ແຍກສິ່ງເສດເຫຼືອທີ່ເກີດຂື້ນພາຍໃນສະຖານປະກອບການ ແລະ ກຳນົດລະຫັດສິ່ງເສດເຫຼືອກ່ອນ ຫຼັງຈາກນັ້ນຈື່ງແຈ້ງລາຍການດັ່ງກ່າວເຂົ້າມາໃນລະບົບ ໂດຍການສ້າງລາຍການສິ່ງເສດເຫຼືອ (Create catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:

Continue Reading  

ເມື່ອຈະຈັດເກັບທາດເຄມີ ແລະ ວັດຖຸອັນຕະລາຍໃນປະລິມານທົ່ວໄປ ຈະແບ່ງການຈັດເກັບອອກເປັນ 2 ຮູບແບບດັ່ງນີ້: ການຈັດເກັບແບບແຍກບໍລິເວນ (Separate storage) ແລະ ການຈັດເກັບແບບແຍກຫ່າງ (Segregate storage)

Continue Reading  

ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021 ຈັດແບ່ງເຄມີອຸດສາຫະກຳອອກເປັນ 4 ປະເພດດັ່ງນີ້: ເຄມີອັນຕະລາຍປະເພດໜື່ງ ແມ່ນ ເຄມີທີ່ມຄຸນລັກສະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສອງ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສາມ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍປານກາງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສີ່ ແມ່ນ ເຄມີທີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕ່ຳຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ

Continue Reading  

ບົດແນະນຳ ກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ສະບັບເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015 ເພື່ອໃຫ້ຄວາມກະຈ່າງແຈ້ງ ແລະ ຈັດປະເພດກ່ຽວກັບສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ເຊີ່ງໄດ້ລະບຸໃຫ້ສິ່ງເສດເຫຼືອທີ່ບັນຈຸທາດທີ່ມີໜື່ງ ຫຼື ຫຼາຍຄຸນລັກສະນະຄວາມເປັນພິດ ຫຼື ສາມາດປ່ອຍບັນດາທາດທີ່ມີຄຸນລັກສະນະຄວາມເປັນພິດຄ້າຍຄຽງ ຫຼື ທຽບເທົ່າກັນໄດ້ຈັດເປັນປະເພດສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍດັ່ງນີ້:

Continue Reading  

ການຈັດເກັບທາດເຄມີອັນຕະລາຍໄດ້ຈຳແນກໂດຍໃຊ້ເກນການຈຳແນກທາດເຄມີຕາມຂໍ້ກຳນົດຂອງເອີລົບວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍລະຫວ່າງປະເທດທາງຖະໜົນ /European Agreement concerning international Carriage of Dangerous Goods by Road (ADR) ເພື່ອໃຫ້ການເກັບຮັກສາທາດເຄມີອັນຕະລາຍເປັນໄປຢ່າງປອດໄພ ຕ້ອງມີການຈຳແນກທາດເຄມີອັນຕະລາຍສຳລັບການຈັດເກັບໃຫ້ເໝາະສົມກັບລັກສະນະຄວາມເປັນອັນຕະລາຍສະເພາະຂອງທາດເຄມີເຫຼົ່ານັ້ນ ຄຸນສົມບັດຄວາມເປັນອັນຕະລາຍຫຼັກຂອງທາດເຄມີຕ້ອງພິຈາລະນາເປັນອັນດັບຕົ້ນໆໄດ້ແກ່ ຄຸນສົມບັດການຕິດໄຟ, ການລະເບີດ, ການອອກຊິໄດ้. ຄຸນສົມບັດຮອງຂອງທາດເຄມີທີ່ຈະເອົາມາພິຈາລະນາໄດ້ແກ່ ຄວາມເປັນພິດ, ຄວາມກັດຫ້ຽນ

Continue Reading  

ອຸນຫະພູມເວັດບັດໂກບ (Wet Bulb Globe Temperature: WBGT) ເປັນດັດສະນີວັດແທກຄວາມຮ້ອນໃນສິ່ງແວດລ້ອມການເຮັດວຽກ (ມີຫົວໜ່ວຍເປັນອົງສາເຊ) ເຊິ່ງໄດ້ເອົາປັດໄຈທີ່ມີຜົນກະທົບຕໍ່ຄວາມຮ້ອນທີ່ສະສົມໃນຮ່າງກາຍມາພິຈາລະນາ ໄດ້ແກ່ ຄວາມຮ້ອນທີ່ເກີດຂື້ນພາຍໃນຮ່າງກາຍຂະນະເຮັດວຽກ ແລະ ຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກ ເຊິ່ງຄວາມຮ້ອນຈາກສິ່ງແວດລ້ອມການເຮັດວຽກຖຶກຖ່າຍເທມາຍັງຮ່າງກາຍໄດ້ 3 ວິທີຄື: ການນຳ, ການພາ ແລະ ການແຜ່ລັງສີຄວາມຮ້ອນ

Continue Reading  

ໂຮງງານອຸດສາຫະກຳປຸງແຕ່ງເຫຼັກ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ດັ່ງນີ້:
1. ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດ 3,000 – 5,000 ໂຕນ/ປີ ຕ້ອງດຳເນີນການສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ
2. ໂຮງງານຜະລິດເຫຼັກຂັ້ນຕົ້ນ ແລະ ເຫຼັກກ້າທີ່ມີກຳລັງການຜະລິດຫຼາຍກວ່າ 5,000 ໂຕນ/ປີ ຕ້ອງດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ

Continue Reading  

ອິງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງວ່າດ້ວຍມາດຕະການປັບໃໝຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ສະບັບເລກທີ 1233/ອຄ, ລົງວັນທີ 2 ສິງຫາ 2023 ໂດຍມີຈຸດປະສົງເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະຖານ ກ່ຽວກັບການປັບໄໝ ຕໍ່ຜູ້ລະເມີດລະບຽບການດຳເນີນກິດຈະການໂຮງງານ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການນຳໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວໄປເທດ ແນ່ໃສ່ເຮັດໃຫ້ການດຳເນີນກິດຈະການໂຮງງານ ຖຶກຕ້ອງຕາມກົດໝາຍ ແລະ ລະບຽບການ

Continue Reading  

ບໍລິການຂົນສົ່ງ ແລະ ບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳທຸກຊະນິດພາຍໃນ ສປປ ລາວ ດ້ວຍເຕັກໂນໂລຊີ ແລະ ຫຼັກການສາກົນ ພ້ອມສ້າງເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ (Manifest) ທຸກຮອບທີ່ມີການຂົນສົ່ງ ເພື່ອໃຊ້ໃນການຢັ້ງຢືນຕໍ່ໜ່ວຍງານພາກລັດ ແລະ ອົງການຈັດຕັ້ງສາກົນ. SEMC ໃຫ້ບໍລິການບຳບັດ-ກຳຈັດສິ່ງເສດເຫຼືອທັງໝົດ 2 ແຫ່ງຄື: ສະຖານີສະຫວັນນະເຂດ ແລະ ສະຖານີນະຄອນຫຼວງວຽງຈັນ ປະເພດສິ່ງເສດເຫຼືອອຸດສາຫະກຳທີ່ຮັບບຳບັດ-ກຳຈັດ ແລະ ຮັບບຳບັດ-ກຳຈັດສິ່ງເສດເຫຼືອ 5 ປະເພດດັ່ງຕໍ່ໄປນີ້: 1. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຫຼວ; 2. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ແລະ ຕະກອນ ຫຼື ຂີ້ຕົມ; 3. ສິ່ງເສດເຫຼືອອຸດສາຫະກຳປະເພດທາດແຂງ ທີ່ບໍ່ເປັນພິດອັນຕະລາຍ; 4. ສິ່ງເສດເຫຼືອເອເລັກໂຕນິກ (Electronics Waste: E-Waste); 5. ສິ່ງເສດເຫຼືອຈາກສະຖານທີ່ບໍລິການສາທາລະນະສຸກ

Continue Reading