archives

ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ພາຍໃນເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ        ເພື່ອຕອບສະໜອງຕໍ່ແນວຄິດການພັດທະນາຂອງລັດຖະບານ ແລະ ທິດທາງສູ່ລະດັບສາກົນສຳລັບການພັດທະນາທີ່ຍືນຍົງ (Sustainable Development) ມີຄວາມຈຳເປັນຕ້ອງກະກຽມຄວາມພ້ອມລະບົບໂຄງຮ່າງພື້ນຖານດ້ານການປົກປັກຮັກສາສິ່ງແວດລ້ອມທີ່ຈຳເປັນ ເພື່ອຮັບປະກັນຢ່າງເຂັ້ມແຂງ ແລະ ເປັນກົນໄກໃນການເຄື່ອນໄຫວຄຸ້ມຄອງ ແລະ ຄວບຄຸມຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ ທີ່ຈະເກີດຂື້ນ ດັ່ງນັ້ນ, ຈື່ງຈຳເປັນຕ້ອງລິເລີ່ມສ້າງ ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດ ພ້ອມທັງພັດທະນາ ໂຮງງານຕົ້ນແບບກ່ຽວກັບອຸດສາຫະກຳຊັບພະຍາກອນໝຸນວຽນ ເຊີ່ງມີຈຸດປະສົງເພື່ອຕອບສະໜອງນະໂຍບາຍສົ່ງເສີມການລົງທຶນພາຍໃນ ເຂດເສດຖະກຳພິເສດແຂວງ ສະຫວັນນະເຂດ ແລະ ຊຸກຍູ້ສົ່ງເສີມມາດຕະຖານອຸດສາຫະກຳ ພາຍໃນຂອງປະເທດລາວອີກດ້ວຍ.      ສູນການຄຸ້ມຄອງສິ່ງແວດລ້ອມ ແລະ ຄວບຄຸມມົນລະພິດຕັ້ງຢູ່ຈຸດ B1 ເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ມີເປົ້າໝາຍດັ່ງຕໍ່ໄປນີ້: ເປັນສູນກາງສະໜັບສະໜຸນການບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳເປັນພິດອັນຕະລາຍທີ່ເກີດຂື້ນພາຍໃນ ສປປ ລາວ ສົ່ງເສີມການລົງທຶນ ແລະ ສະໜັບສະໜຸນການຂະຫຍາຍອຸດສາຫະກຳໝຸນວຽນ ພາຍໃນ ສປປ ລາວ ໃຫ້ໄດ້ຕາມຫຼັກການທາງວິຊາການ ເປັນຕົ້ນແບບຂອງອຸດສາຫະກຳ ຕາມຫຼັກເສດຖະກິດໝຸນວຽນຢ່າງຄົບວົງຈອນ (Circular Economy) ຕາມມາດຕະຖານສາກົນ 3Rs, Lean, Clean Technology (CT), ISO ສູນການສຶກສາຮຽນຮູ້ດ້ານການຄຸ້ມຄອງສິ່ງແວດລ້ອມ ເພື່ອສົ່ງເສີມການອະນຸລັກ ແລະ ພະລັງງານ ເປັນສະຖານທີ່ຄົ້ນຄວ້າຂໍ້ມູນ ສົ່ງເສີມການພັດທະນາອຸດສາຫະກຳຊັບພະຍາກອນທົດແທນ ກຽມພ້ອມຮ່ວມມືກັບອົງການສາກົນດ້ານສິ່ງແວດລ້ອມ

Continue Reading  

Manifest ຄື ເອກະສານຕິດຕາມການຂົນສົ່ງສິ່ງເສດເຫຼືອ ໝາຍເຖິງ ເອກະສານທີ່ອອກໃຫ້ຜູ້ສ້າງສິ່ງເສດເຫຼືອ (Waste Generator), ຜູ້ຂົນສົ່ງສິ່ງເສດເຫຼືອ (Waste Transporter) ແລະ ຜູ້ບໍາບັດ-ກໍາຈັດສິ່ງເສດເຫຼືອ (Waste Disposal) ເພື່ອເປັນຫຼັກຖານໃນການມອບ-ຮັບສິ່ງເສດເຫຼືອທີ່ຢູ່ໃນການຄຸ້ມຄອງຂອງຕົວເອງຈາກບ່ອນໜື່ງໄປຫາບ່ອນອື່ນ

Continue Reading  

ໃຫ້ຄຳປຶກສາ ແລະ ໃຫ້ບໍລິການຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ໂດຍມີຂອບເຂດການໃຫ້ບໍລິການດັ່ງນີ້: ກວດກາວັດແທກຄຸນນະພາບນ້ຳ, ກວດກາວັດແທກສະພາບແວດລ້ອມໃນບັນຍາກາດ (Ambient), ກວດກາວັດແທກຄຸນນະພາບອາກາດຈາກແຫຼ່ງກຳເນີດ (ປ່ອງລະບາຍອາກາດ), ກວດກາວັດແທກສິ່ງແວດລ້ອມໃນສະຖານປະກອບການ (Work place), ກວດກາວັດແທກສິ່ງເສດເຫຼືອ, ກວດກາວັດແທກຜະລິດຕະພັນ ແລະ ອື່ນໆ

Continue Reading  

ອີກ 80 ປີ ຈະບໍ່ເຫຼືອ “ໝີຂາວ” ເພາະຂາດອາຫານຕາຍຈາກພາວະໂລກຮ້ອນ ການປ່ຽນແປງອຸນຫະພູມອາກາດເຮັດໃຫ້ໝີຂາວຫາອາຫານໄດ້ໜ້ອຍລົງ ນັ້ນສົ່ງຜົນຕໍ່ພະລັງງານສະສົມທີ່ໃຊ້ໃນການຈຳສິນ ແລະ ມີຊີວິດລອດໃນຊ່ວງລະດູໜາວ ນັກວິທະຍາສາດອອກລາຍງານມາຢັ້ງຢືນອີກຄັ້ງວ່າ “ໝີຂາວ” ຈະສູນພັນໄປຈາກໂລກພາຍໃນເວລາ 80 ປີ ເພາະຂາດອາຫານເນື່ອງຈາກການປ່ຽນແປງຂອງພູມອາກາດ

Continue Reading  

ລາຍງານໃໝ່ເຕືອນ ລະດັບຄາບອນໄຊ (CO2) ຕອນນີ້ທີ່ກຳລັງສູງຂື້ນເລື້ອຍໆ ອາດນຳພາໄປສູ່ການສູນພັນຄັ້ງໃຫຍ່ຄືກັນກັບທີ່ເຄີຍເກີດຂື້ນ 19 ຄັ້ງໃນ ຊ່ວງ 534 ລ້ານປີທີ່ຜ່ານມາເຊິ່ງມີປະລິມານ CO2 ສູງເຊັ່ນດຽວກັນ

Continue Reading  

ການທັດສະນະສຶກສາ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຈັດການສິ່ງເສດເຫລືອ ທີ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 25 ກັນຍາ ຫາ 2 ຕຸລາ 2022 ອີງຕາມການເຊືື້ອເຊີນຂອງ ອົງການສົ່ງເສີມການຄ້າປະເທດຍີ່ປຸ່ນ (JETRO) ແລະ ບໍລິສັດ ຄາຢາມາ ໂຄກຽວ ຈຳກັດ ເພື່ອທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການ ທີ່ປະເທດຍີ່ປຸ່ນໃນລະຫວ່າງວັນທີ 26 ກັນຍາ – 2 ຕຸລາ 2022 ເຊີ່ງມີຈຸດປະສົງຕົ້ນຕໍແມ່ນ: ເພື່ອແລກປ່ຽນ ແລະ ສົ່ງເສີມຄວາມຮູ້ ກ່ຽວກັບລະບົບການຈັດການສິ່ງເສດເຫຼືອອັນຕະລາຍຈາກໂຮງງານອຸດສາຫະກຳ ແລະ ສາທາລະນະສຸກ ຂອງບໍລິສັດຄາຢາມາ ໂຄກຽວ ຈຳກັດ ເພື່ອເປັນການສຶກສາກ່ຽວກັບບັນດາເຕັກໂນໂລຊີ່ທີ່ດີ ທີ່ໃຊ້ເຂົ້າໃນຂະບວນການຄັດແຍກ, ກຳຈັດ ແລະ ສ້າງຜະລິດຕະພັນຈາກສິ່ງເສດເຫຼືອເພື່ອເປັນພະລັງງານທົດແທນ ຂອງບໍລິສັດ ຄາຢາມາໂຄກຽວຈຳກັດ

Continue Reading  

ການລົງຕິດຕາມການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກໍາທີ່ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ໃນວັນທີ 4 ມີນາ ປີ 2022 ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳພາໂດຍທ່ານ ເທວະຣັກ ພອນແກ້ວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກຳຈັດສິ່ງເສດເຫຼືອອຸດສາຫະກຳດ້ວຍການເຜົາຮ່ວມໃນເຕົາເຜົາປູນຊີມັງທີ່ ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ເມືອງ ມະຫາໄຊ,​ ແຂວງຄໍາມ່ວນ ປະຈຸບັນ ບໍລິສັດ ຄຳມ່ວນຊີມັງ ຈຳກັດ ຮັບເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳ ໂດຍອິງໃສ່ ບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ເຊິ່ງການເຜົາກຳຈັດສິ່ງເສດເຫຼືອອຸດສາຫະກຳສາມາດກຳຈັດສິ່ງເສດເຫຼືອໄດ້ຫຼາຍປະເພດເຊັ່ນ: ສິ່ງເສດເຫຼືອປະເພດທາດແຫຼວ ທັງປະເພດທີ່ມີຄ່າຄວາມຮ້ອນ ຫຼື ບໍ່ມີຄ່າຄວາມຮ້ອນ, ສິ່ງເສດເຫຼືອອຸດສາຫະກໍາທີ່ສາມາດໃຊ້ເປັນວັດຖຸດິບທົດແທນ, ເຊື້ອໄຟທົດແທນ

Continue Reading  

ເຫັນສິ່ງເສດເຫຼືອຄືກັບເຫັນເງິນເຫັນຄໍາແທ້ບໍ? ມາເບີ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ(MOU)ຄັ້ງນີ້ຈະບັນລຸເປົ້າຄືແນວໃດ? ເມື່ອ 8 ພາກສ່ວນຮ່ວມແຮງຮ່ວມໃຈ ຈັດກາສິ່ງເສດເຫຼືອທີ່ເໝາະສົມ ແລະ ການຂົນສົ່ງສິ່ງເສດເຫຼືອ ອຸດສາຫະກຳຂອງຜູ້ ນໍາເອົາສິ່ງເສດເຫຼືອມາໝູນໃຊ້ຄືນໃໝ່ ຫຼືວ່າ ລີໄຊເຄີ້ ລວມທັງການສົ່ງເສີມເຂດອຸດສາຫະກຳຊັບພະຍາກອນທົດແທນ ແລະ ອຸດສາຫະກຳແປຮູບສິ່ງເສດເຫຼືອ ທີ່ໄດ້ມາຈາກພາກອຸດສາຫະກຳ ລວມມີສິ່ງເສດເຫຼືອເອເລັກໂຕຼນິກ ແລະ ຈາກພາກສ່ວນຊຸມຊົນສະໜອງເພື່ອສະໜັບສະໜູນການພັດທະນາທີ່ຍືນຍົງຂອງ ສປປ ລາວ ແລະ ອາຊຽນ ເປັນບາດກ້າວໃໝ່ໃນການຮ່ວມມື ແລະ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈໃນວຽກງານດັ່ງກ່າວ

Continue Reading  

ກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດ ໃນວັນທີ 24 ພຶດສະພາ 2023, ເວລາ 09:00 ໂມງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນວິຊາການດ້ານການຈັດການສິ່ງແວດລ້ອມ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກອງປະຊຸມກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອອຸດສາຫະກຳເປັນຕົ້ນການນຳໃຊ້ລະບົບຖານຂໍ້ມູນຕິດຕາມກວດກາ, ການເຄື່ອນຍ້າຍ, ການກໍາຈັດ ແລະ ບຳບັດທີ່ ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບ ທ່ານ ຮສ. ປອ ຈັນດາ ວົງສົມບັດ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ມີຜູ້ເຂົ້າຮ່ວມຈາກໜ່ວຍງານພາກລັດ 23 ທ່ານ ແລະ ພາກເອກະຊົນ 31 ທ່ານ ແລະ ເຂົ້າຮ່ວມທາງກອງປະຊຸມທາງໄກ (Google meet) ທັງໝົດ 36 ທ່ານ ລວມທັງໝົດ 90 ທ່ານ

Continue Reading