ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີ ດັ່ງນີ້:
ການນຳເອົາຊັບພະຍາກອນກັບມາໃຊ້ປະໂຫຍດໃຫມ່, ການຜະລິດຄືນໃໝ່ ແລະ ການຟື້ນຟູສະພາບ ຫຼື ວິທີການອື່ນໆ ໃນສປປ ລາວ ມີ 13 ວິທີ ດັ່ງນີ້:
ກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ (Manifest System) ໃນວັນທີ 16 ມັງກອນ 2024, ກົມອຸດສາຫະກຳ ໄດ້ຈັດກອງປະຊຸມຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດໂຄງການລະບົບຖານຂໍ້ມູນສິ່ງເສດເຫຼືອ ທີ່ກົມອຸດສາຫະກຳ. ໂດຍການເປັນປະທານຮ່ວມຂອງທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ ທີ່ມາຈາກກົມອ້ອມຂ້ອງ, ຫ້ອງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC), ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວ ຄາຢາມ່າ ຈຳກັດ. ໂດຍກອງປະຊຸມຄັ້ງນີ້ຈັດຕັ້ງຂື້ນເພື່ອສະຫຼຸບຜົນການຈັດຕັ້ງໃນປີ 2023 ທີ່ຜ່ານມາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງໄດ້ປຶກສາຫາລືກ່ຽວກັບແນວທາງໃນການຈັດຕັ້ງປະຕິບັດໃນປີ 2024 ເພື່ອໃຫ້ວຽກງານປະສົບຜົນສຳເລັດຕາມຈຸດປະສົງທີ່ຄາດໝາຍໄວ້.
ກິດຈະກຳທັດສະນະສຶກສາ ແລະ ແລກປ່ຽນບົດຮຽນວຽກງານການກຳຈັດສິ່ງເສດເຫຼືອທີ່ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ໃນວັນທີ 26 ມິຖຸນາ 2023 ໃນວັນທີ 26 ມິຖຸນາ 2023 ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ບໍລິສັດ ສະຫວັນ ອີເອັມຊີ ຈຳກັດ ແລະ ບໍລິສັດ ລາວຄາຢາມ່າ ຈຳກັດ ໄດ້ເດິນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ບໍລິສັດ ວົງພານິດ ອິນເຕີເນຊັ່ນແນວ ຈຳກັດ ຈັງຫວັດ ພະນະຄອນສີອາຍຸດທະຍາ ເຊີ່ງເປັນສູນຈັດເກັບ ແລະ ກະຈາຍວັດສະດຸຣີໄຊເຄີ້ນຂະໜາດໃຫຍ່ ເຊີ່ງໄດ້ແລກປ່ຽນບົດຮຽນກ່ຽວກັບປະເພດຂອງວັດສະດຸຮີໄຊເຄີ້ນ, ການຄັດແຍກ-ບໍລິຫານຈັດການ, ແນວທາງການນຳເອົາສິ່ງເສດເຫຼືອໄປແປຮູບເປັນເຊື້ອໄຟທົດແທນ ຫຼື RDF ແລະ ເຄື່ອງມື, ເຕັກໂນໂລຊີທັນສະໄໝເຊັ່ນ: ເຄື່ອງບົດຫຼອດໄຟຟ້າ, ເຄື່ອງບີບອັດພາຊະນະບັນຈຸ, ເຄື່ອງຕັດສາຍໄຟ ແລະ ອື່ນໆ
ສູນວິຊາການດ້ານການຈັດການສິງແວດລ້ອມ (EMAC) ໃຫ້ຄວາມຊ່ວຍເຫຼືອ ອົງການກາແດງແຫ່ງຊາດລາວໃນການກຳຈັດຖ່ານໄຟສາຍ ໃນວັນທີ 20 ທັນວາ 2023 ອົງການກາແດງແຫ່ງຊາດລາວໄດ້ສົ່ງມອບຖ່ານໄຟສາຍທີ່ໄດ້ທ້ອນໂຮມໄວ້ ຈຳນວນ 165 kg ໄວ້ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EMAC) ເພື່ອກຳຈັດຢ່າງຖືກຕ້ອງ
ກອງປະຊຸມປຶກສາຫາລືກ່ຽວກັບກອບ ແລະ ແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ຮ່ວມກັນລະຫວ່າງ ກົມສິ່ງແວດລ້ອມ, ສູນ EMAC, ໜ່ວຍສິ່ງແວດລ້ອມ ຂສພ.ສຂ ແລະ Toyota lao co.,ltd ໃນວັນທີ 22 ທັນວາ 2023 ກົມສິ່ງແວດລ້ອມ, ສູນວິຊາການດ້ານການຈັດການສິ່ງແວດລ້ອມ EMAC, ໜ່ວຍຄຸ້ມຄອງສິ່ງແວດລ້ອມເຂດເສດຖະກິດພິເສດແຂວງສະຫວັນນະເຂດ (ຂສພ.ສຂ) ແລະ TOYOTA LAO CO.,LTD ໄດ້ປະຊຸມປຶກສາຫາລືຮ່ວມກັນກ່ຽວກັບແຜນຄວາມຮ່ວມມືດ້ານການພັດທະນາມາດຕະຖານການກຳຈັດແບດເຕີລີ້ລົດຍົນໄຟຟ້າ ພາຍໃນ ສປປ.ລາວ ເຊີ່ງຈະກຳຈັດຢູ່ທີ່ສູນການຄຸ້ມຄອງສິ່ງແວດລ້ອມ ແຂວງສະຫວັນນະເຂດ ພ້ອມນັ້ນກໍ່ໄດ້ແລກປ່ຽນຂໍ້ມູນກ່ຽວກັບການຈັດການເສດເຫຼືອອຸດສາຫະກຳຈາກສູນບໍລິການໂຕໂຍຕ້າ ເພື່ອໃຫ້ການຈັດການສິ່ງເສດເຫຼືອທັງເປັນໄປຢ່າງຖືກຕ້ອງຕາມຫຼັກວິຊາການ ແລະ ມີປະສິດທິພາບຫຼາຍຂື້ນ.
ລະຫັດສິ່ງເສດເຫຼືອປະກອບດ້ວຍຕົວເລກ 6 ຫຼັກ (xx yy zz) ລະຫັດ 2 ຫຼັກທຳອິດ (xx) ເປັນໝວດໃຫຍ່ຂອງສິ່ງເສດເຫຼືອ ອະທິບາຍແຫຼ່ງທີ່ມາຂອງສິ່ງເສດເຫຼືອ ແຕ່ລະໝວດໃຫຍ່ຈະມີໝວດຍ່ອຍ (xx yy) ອະທິບາຍຂະບວນການທີ່ເຮັດໃຫ້ເກີດສິ່ງເສດເຫຼືອ
ແຕ່ລະໝວດຍ່ອຍມີລະຫັດສິ່ງເສດເຫຼືອຫຼາຍໂຕ ທີ່ອະທິບາຍເຖິງທາດໃນສິ່ງເສດເຫຼືອ (xx yy zz)
ການເຜົາສິ່ງເສດເຫຼືອອຸດສາຫະກຳໃນເຕົາເຜົາປູນຊີມັງ ສາມາດເຮັດໄດ້ຫຼາຍວິທີດັ່ງຕໍ່ໄປນີ້: 1) ເປັນວັດຖຸດິບທົດແທນ (Used as co-material in cement kiln or rotary kiln); 2) ເປັນເຊື້ອໄຟທົດແທນ (Use as fuel substitution or burn for energy recovery); 3) ເຜົາທຳລາຍຮ່ວມໃນເຕົາເຜົາປູນຊີມັງ (Co-incineration in cement kiln)
ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມປະລິມານສິ່ງເສດເຫຼືອໃນລາຍການ (Extend the quota) ຕາມຂັ້ນຕອນດັ່ງຕໍ່ໄປນີ້:
ຜູ້ສ້າງສິ່ງເສດເຫຼືອ (WG) ສາມາດເພີ່ມຊະນິດສິ່ງເສດເຫຼືອ (Add Waste Categories) ເຂົ້າໄປໃນລາຍການສິ່ງເສດເຫຼືອ (Waste Catalog) ຕາມຂັ້ນຕອນດັ່ງຕໍ່ໄປນີ້:
ພາຍຫຼັງຜູ້ສ້າງສິ່ງເສດເຫຼືອ (WG) ສ້າງລາຍການສິ່ງເສດເຫຼືອ (Create catalog) ແລ້ວ ກ່ອນຈະເຮັດການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ຕ້ອງແຈ້ງການຂົນສົ່ງສິ່ງເສດເຫຼືອ (Create Manifest) ຕາມຂັ້ນຕອນດັ່ງຕໍ່ໄປນີ້: